ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມລາຍງານ ການກະກຽມຄວາມພ້ອມຮອບດ້ານ
ໃຫ້ແກ່ການເປັນປະທານ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ວົງແຄບ


     ໃນວັນທີ 21 ກຸມພາ 2024 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມ ລາຍງານການກະກຽມຄວາມພ້ອມ ໃຫ້ແກ່ການເປັນເຈົ້າ
ພາບ ແລະ ປະທານກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດອາຊຽນ-ວົງແຄບ ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງພະບາງ ໃນເດືອນມີນາ 2024
ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ
ປະເທດ, ມີຄະນະນໍາກະຊວງ, ບັນດາອານຸກໍາມະການ ພ້ອມດ້ວຍພາກສ່ວນຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ
ແຫ່ງ ສປປ ລາວ ໄດ້ລາຍງານຄວາມພ້ອມດ້ານວຽກງານເນື້ອໃນ ແລະ ເອກະສານຕ່າງໆ ຂອງກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາ
ຊຽນ-ວົງແຄບ. ສໍາລັບວຽກງານທີ່ໄດ້ກະກຽມສໍາເລັດມີ ຮ່າງຖະແຫຼງການຮ່ວມ ວ່າດ້ວຍຜົນສໍາເລັດ ຂອງກອງປະຊຸມ ລັດຖະມົນຕີປ້ອງກັນ
ປະເທດອາຊຽນ-ວົງແຄບ (ADMM-Retreat) ໃນການປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ປີ 2025; ທິດ
ທາງແຜນການ, ຂໍ້ສະເໜີ ແລະ ວຽກງານຮັບປະກັນອະນຸກຳມະການຕ່າງໆເຊັ່ນ: ພິທີການ, ປ້ອງກັນ, ອຸປະໂພກ, ພາຫະນະ-ເຕັກນິກ, ເສນາ
ຮັກ, ງົບປະມານ, ສື່ສານ, ນະໂຍບາຍ, ໂຄສະນາ, ເຊື້ອໄຟ, ໄດ້ສຳເລັດຮ່າງແຜນວຽກ, ແຜນຄົນ ແລະ ແຜນງົບປະມານໂດຍພື້ນຖານ. ພ້ອມ
ກັນນີ້, ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າກອງເລຂາອາຊຽນ ກະຊວງປ້ອງກັນປະເທດ ໄດ້
ລາຍງານ ຜົນສຳເລັດການຈັດຕັ້ງປະຕິບັດ ກອງປະຊຸມຫົວໜ້າໜ່ວຍງານວິຊາການ ເຈົ້າໜ້າທີ່ອາວຸໂສປ້ອງກັນຊາດອາຊຽນ ແລະ ອາຊຽນ-ບວກ
ທີ່ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 5-7 ກຸມພາ 2024 ທີ່ນະຄອນຫຼວງພະບາງ, ເຊິ່ງໄດ້ພິຈາລະນາ ແລະ ເຫັນດີເປັນເອກະພາບ ບັນດາຮ່າງເອກະ
ສານຕ່າງໆ ສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ. ໃນກອງປະຊຸມ, ກອງສິລະປະກອນກອງທັບ ຍັງໄດ້ສະແດງຜ່ານລາຍການສະແດງ
ເພື່ອກຽມຮັບໃຊ້ໃຫ້ແກ່ກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ.

     ໂອກາດນີ້, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ເນັ້ນໜັກໃຫ້ບັນດາອະນຸກໍາມະການແຕ່ລະພາກສ່ວນ ເອົາໃຈໃສ່ໃນການ
ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການຈັດກອງປະຊຸມ, ເຮັດໃຫ້ການດໍາເນີນກອງປະຊຸມ ສໍາເລັດຕາມແຜນການທີ່ວາງໄວ້ ແລະ ຮັບປະກັນ
ຄວາມສະຫງົບປອດໄພ 100%.

ແຫຼ່ງຂ່າວໂດຍ ຄໍາປ໋ອກ
ວັນທີ 23/02/2024